ຮ່ວມກັນສົ່ງເສີມລົດໄຟຟ້າໄປກັບພວກເຮົາ
ມາເປັນສ່ວນໜຶ່ງກັບພວກເຮົາໃນການເດີນທາງເພື່ອຫັນປ່ຽນການຂະຫຍາຍຕົວຂອງລົດໄຟຟ້າ (EVs) ໃນ ສປປ ລາວ. ເພື່ອປະຕິບັດວຽກງານດັ່ງກ່າວ, ພວກເຮົາໄດ້ລວບລວມເອົາພາກສ່ວນກ່ຽວຂ້ອງ ເຊິ່ງປະກອບມີ ຜູ້ໃຫ້ບໍລິການ EV, ຜູ້ຊ່ຽວຊານກ່ຽວກັບສະຖານີສາກລົດໄຟຟ້າ ແລະ ຜູ້ຜະລິດລົດໄຟຟ້າ. ພ້ອມກັນນັ້ນ, ພວກເຮົາມີເປົ້າໝາຍສ້າງທ້ອງຖະໜົນຢູ່ ສປປ ລາວ ໃຫ້ເຕັມໄປດ້ວຍລົດໄຟຟ້າທີ່ຍືນຍົງ. ການລວມຕົວກັນຂອງພາກສ່ວນກ່ຽວຂ້ອງຕ່າງໆນີ້ ບໍ່ສະເພາະແຕ່ຈະປູກຈິດສຳນຶກກ່ຽວກັບລົດໄຟຟ້າເທົ່ານັ້ນ ແຕ່ຍັງປະກອບສ່ວນເຂົ້າໃນການສ້າງອະນາຄົດສີຂຽວ ແລະ ຍືນຍົງອີກດ້ວຍ. ຂໍເຊີນຊວນທ່ານມາເປັນສ່ວນໜຶ່ງເພື່ອກ້າວໄປສູ່ອະນາຄົດທີ່ສົດໃສ ແລະ ເຮັດໃຫ້ລົດໄຟຟ້າ ເປັນອົງປະກອບທີ່ສໍາຄັນຂອງການຂົນສົ່ງໃນ ສປປ ລາວ.
