ຄູ່ມືຜູ້ຊື້ລົດ EV

ຄູ່ມືຜູ້ຊື້ລົດ EV

ຍິນດີຕ້ອນຮັບສູ່ຄູ່ມືຜູ້ຊື້ລົດ ເນື່ອງຈາກລົດໄຟຟ້າແມ່ນແນວທາງໃນການສ້າງອະນາຄົດທີ່ຍືນຍົງ, ພວກເຮົາເຂົ້າໃຈດີວ່າການເລືອກຊື້ລົດໄຟຟ້າທີ່ເໝາະສົມເປັນສິ່ງທີ່ໜ້າຕື່ນເຕັ້ນ ແລະ ມີຄວາມຊັບຊ້ອນໄປພ້ອມໆກັນ. ດ້ວຍ​ເຕັກ​ໂນ​ໂລ​ຢີລົດ EV ທີ່ກຳລັງພັດ​ທະ​ນາ, ດັ່ງນັ້ນ, ການ​ຕັດ​ສິນ​ໃຈຢ່າງມີ​ຂໍ້​ມູນຈຶ່ງ​ເປັນສິ່ງ​ສຳ​ຄັນ.

ຄູ່ມືນີ້ຖືກອອກແບບມາເພື່ອສ້າງຄວາມເຂົ້າໃຈ ແລະ ເປັນແຫຼ່ງຂໍ້ມູນໃຫ້ທ່ານໃນການພິຈາລະນາເລືອກລົດໄຟຟ້າທີ່ເໝາະສົມກັບທ່ານ ເຊິ່ງຄູ່ມື້ນີ້ປະກອບໄປດ້ວຍຂອບເຂດ ແລະ ຕົວເລືອກການສາກໄຟ ໄປຈົນເຖິງການສົ່ງເສີມຄວາມເຂົ້າໃຈນະໂຍບາຍຕ່າງໆ. ໃນຕອນທ້າຍຂອງບົດຄວາມນີ້, ພວກເຮົາຫວັງວ່າທ່ານຈະມີຄວາມຮູ້ພ້ອມທີ່ຈະກ້າວໄປຂ້າງໜ້າກັບການເດີນທາງດ້ວຍລົດໄຟຟ້າຢ່າງໝັ້ນໃຈ.  

ສິ່ງທີ່ຄວນພິຈາລະນາ

ລາຄາ

ເຖິງແມ່ນວ່າລົດໄຟຟ້າຈະເປັນມິດຕໍ່ສິ່ງແວດລ້ອມ, ແຕ່ລາຄາຂອງລົດຍັງຄົງເປັນສິ່ງທີ່ຕ້ອງພິຈາລະນາຢູ່. ລົດໄຟຟ້າທີ່ມີລະບົບຊັບຊ້ອນ ແລະ ຊຸດໝໍ້ໄຟລາຄາແພງມີສ່ວນເຮັດໃຫ້ລາຄາສູງກວ່າຍານພະຫະນະເຊື້ອໄຟ. ຕົວຢ່າງ: ລາຄາຂອງລົດໄຟຟ້າ Hatchback ອາດເກີນ 50% ຂອງລາຄາພະຫະນະເຊື້ອໄຟ. ດັ່ງນັ້ນ, ຄວນຄໍານຶງເຖິງງົບປະມານກ່ອນຕັດສິນໃຈຊື້ລົດໄຟຟ້າ.

ປະເພດ – ໄຟຟ້າ/ໄຮບີດ

ຖ້າການຊື້ລົດ EV ບໍ່ແມ່ນທາງເລືອກທີ່ເໝາະສໍາລັບທ່ານ, ລົດໄຮບີດອາດເປັນອີກທາງເລືອກໃຫ້ທ່ານພິຈາລະນາ. ລົດໄຮບີດສ້າງມົນລະພິດໜ້ອຍກວ່າຍານພາຫະນະເຊື້ອໄຟທົ່ວໄປ, ໂດຍນໍາໃຊ້ການປະສົມປະສານລະຫວ່າງເຄື່ອງຈັກເຜົາໄໝ້ພາຍໃນ ແລະ ມໍເຕີໄຟຟ້າເພື່ອການດໍາເນີນງານທີ່ມີປະສິດທິພາບ. ມໍເຕີໄຟຟ້າເຫຼົ່ານີ້ດຶງພະລັງງານຈາກຊຸດໝໍ້ໄຟທີ່ສາກຜ່ານເບຣກຈ່າຍພະລັງງານໃໝ່ ຫຼື ເຄື່ອງຈັກເຜົາໄໝ້ພາຍໃນ. ນອກຈາກນີ້, ລົດໄຮບີດຍັງເປັນທີ່ໜ້າເຊື່ອຖືເມືອປຽບທຽບກັບລົດໄຟຟ້າ.

ແຮງຈູງໃຈ ແລະ ຜົນປະໂຫຍດດ້ານພາສີ

ແຮງຈູງໃຈຈາກລັດຖະບານ ແລະ ຜົນປະໂຫຍດດ້ານພາສີສາມາດຫຼຸດຜ່ອນຄ່າໃຊ້ຈ່າຍໂດຍລວມທີ່ກ່ຽວຂ້ອງກັບລົດ EV ໄດ້ຢ່າງຫຼວງຫຼາຍ. ທ່ານຄວນກວດສອບວ່າປະໂຫຍດທີ່ທ່ານຈະໄດ້ຮັບໃນການຊື້ລົດທີ່ເປັນມິດຕໍ່ສິ່ງແວດລ້ອມໄດ້ລະບຸສ່ວນຮ້ອຍ (ເປີເຊັນ) ຂອງແຮງຈູງໃຈ (percentage of incentive) ແລະ ຂໍ້ໄດ້ປຽບດ້ານພາສີໄວ້ບໍ່. ໃນຫຼາຍປະເທດ, ລັດຖະບານຍັງສົ່ງເສີມສິດທິຜົນປະໂຫຍດເພີ່ມເຕີມເຊັ່ນ: ພາສີການບໍລິການທີ່ຫຼຸດລົງ ຫຼື ເວົ້າອີກຢ່າໜຶ່ງວ່າຄ່າໃຊ້ຈ່າຍຫຼຸດລົງ.

ລະຍະການຂັບຂີ່ລົດໄຟຟ້າ

ເມື່ອຊື້ລົດ EV, ໄລຍະທາງການຂັບຂີ່ຖືເປັນປັດໃຈສໍາຄັນທີ່ປະຕິເສດບໍ່ໄດ້. ຢ່າງໃດກໍຕາມ, ນອກເໜືອຈາກຕົວເລກໄລຍະການຂັບຂີ່ທີ່ຜູ້ຜະລິດລະບຸໄວ້ແລ້ວ, ທ່ານຄວນທົບທວນຄືນໃນຊີວິດຈິງເພື່ອທໍາຄວາມເຂົ້າໃຈຢ່າງເລິກເຊິ່ງວ່າ ລົດ EV ເຮັດວຽກຢ່າງໃດພາຍໃຕ້ສະພາບຕົວຈິງ. ຕາມ​ຂໍ້​ແນະນຳ​ທົ່ວ​ໄປ, ລົດໄຟຟ້າ​ສ່ວນ​ຫຼາຍ​ຄວນ​ມີ​ໄລຍະ​ການ​ຂັບ​ຂີ່​ຢ່າງ​ໜ້ອຍ 100 ກິ​ໂລ​ແມັດ, ​ເຊິ່ງພຽງພໍ​ຕໍ່​ຄວາມ​ຕ້ອງການ​ ​ການ​ເດີນທາງໃນ​ແຕ່ລະວັນ. ໃນຄວາມເປັນຈິງ, ລົດ EV ລະດັບສູງຈະມີໄລຍະທາງການຂັບຂີ່ຫຼາຍກວ່າ 400 ກິໂລແມັດ.

ອາຍຸການໃຊ້ງານຂອງໝໍ້ໄຟ

ຊຸດໝໍ້ໄຟຖືເປັນສ່ວນປະກອບທີ່ສໍາຄັນຢ່າງໜຶ່ງຂອງລົດໄຟຟ້າ. ພ້ອມກັນນັ້ນ, ໝໍ້ໄຟຍັງຖືກຈັດຢູ່ໃນອັນດັບສິ້ນສ່ວນທີ່ແພງທີ່ສຸດຂອງລົດ EV. ການປ່ຽນໝໍ້ໄຟອາດສ້າງລາຍຈ່າຍທີ່ສູງໃຫ້ແກ່ທ່ານໄດ້, ດັ່ງນັ້ນ, ຈຶ່ງມີຄວາມຈໍາເປັນທີ່ຕ້ອງປະເມີນອາຍຸການຂອງໝໍ້ໄຟກ່ອນທີ່ຈະຕັດສິນໃຈເລືອກລົດ EV. ນອກຈາກນັ້ນ, ໝໍ້ໄຟທີ່ມີອາຍຸການໃຊ້ງານໄດ້ຍາວນານຈະຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍໃນການບໍາລຸງຮັກສາໃນໄລຍະຍາວ.

ສະຖານີສາກໄຟ ແລະ ຮູບແບບການສາກ

ພື້ນຖານໂຄງລ່າງສະຖານີບໍລິການສາກລົດໄຟຟ້າ ພາຍໃນ ສປປ ລາວ ຍັງຄົງຢູ່ໃນຂະບວນການພັດທະນາຢູ່, ໂດຍສະຖານີສາກລົດ EV ຍັງບໍ່ທັນແຜ່ຫຼາຍເມື່ອທຽບກັບປໍ້ານໍ້າມັນ, ໂດຍສະເພາະຢູ່ຂອບເຂດນອກຕົວເມືອງ ເຊິ່ງຈຸດນີ້ເປັນອີກຈຸດໜຶ່ງທີ່ທ່ານຄວນພິຈາລະນາກ່ອນຊື້ລົດ EV.

ລົດ EV ມີຮູບແບບການສາກຫຼາຍຮູບແບບໃຫ້ທ່ານເລືອກ ລວມທັງການສາກແບບໄວ, ແບບມາດຕະຖານ ແລະ ແບບຊ້າ. ການສາກແບບໄວມີລາຄາແພງ ແລະ ບໍ່ທັນແຜ່ຫຼາຍ, ໃນຂະນະທີ່ການສາກໄຟແບບມາດຕະຖານ ແລະ ແບບຊ້າແຜ່ຫຼາຍກວ່າ ເຊິ່ງສ່ວນໃຫຍ່ສາມາດຕິດຕັ້ງໄດ້ຢູ່ຕາມຄົວເຮືອນ. ດັ່ງນັ້ນ, ທ່ານຄວນກວດເບິ່ງຮູບແບບການສາກທີ່ສາມາດນໍາໃຊ້ໄດ້ສໍາລັບລົດ EV ທີ່ທ່ານເລືອກໄວ້.

ຄ່າໃຊ້ຈ່າຍໃນການບໍາລຸງຮັກສາ

ການບໍາລຸງຮັກສາເປັນອີກໜຶ່ງປັດໃຈທີ່ທ່ານຄວນພິຈາລະນາເມື່ອເວົ້າເຖິງລົດ EV. ການລະເລີຍການບຳລຸງຮັກສາ ສາມາດເຮັດໃຫ້ປະສິດທິພາບຂອງລົດ EV ຫຼຸດລົງ. ໂດຍທົ່ວໄປແລ້ວ, ລົດ EV ເປັນທີ່ຮູ້ຈັກດີໃນເລື່ອງຄວາມງ່າຍຂອງການບໍາລຸງຮັກສາເນື່ອງຈາກມີສິ້ນສ່ວນທີ່ເຄື່ອນໄຫວໜ້ອຍ. ຢ່າງໃດກໍຕາມ, ໃນກໍລະນີທີ່ເກີດຄວາມເສຍຫາຍ ຫຼື ເປ້ເພ, ຄ່າໃຊ້ຈ່າຍໃນການສ້ອມແປງອາດຈະສູງ. ອາໄຫຼ່ລົດ EV ຍັງມີລາຄາແພງເມື່ອທຽບກັບຍານພາຫະນະເຊື້ອໄຟ. ນອກຈາກນີ້, ຊ່າງທີ່ຊ່ຽວຊານດ້ານລົດ  EV ກໍມີຈໍານວນຈໍາກັດ, ດັ່ງນັ້ນ, ຈຶ່ງຈໍາເປັນຕ້ອງໄດ້ຮັບການບໍລິການ ຫຼື ສ້ອມແປງໂດຍກົງຈາກຜູ້ຜະລິດ.

ຄ່າໃຊ້ຈ່າຍເພີ່ມເຕີມ

ການເປັນເຈົ້າຂອງລົດ EV ມີຄ່າໃຊ້ຈ່າຍເພີ່ມເຕີມຂ້ອນຂ້າງຫຼາຍ ເຊິ່ງທ່ານຈະຕ້ອງລົງທຶນໃສ່ເຄື່ອງສາກໄຟຢູ່ເຮືອນຂອງທ່ານ, ຈ່າຍຄ່າຕິດຕັ້ງບ່ອນສາກໄຟ ແລະ ຄ່າໃຊ້ຈ່າຍໃນການບຳລຸງຮັກສາສະຖານີສາກໄຟ ແລະ ການສາກໄຟສາທາລະນະ. ຄ່າ​ໃຊ້​ຈ່າຍ​ເພີ່ມ​ເຕີມເຫຼົ່າ​ນີ້​ເຮັດທ່ານສິ້ນເປືອງຫຼາຍກວ່າການ​ເປັນ​ເຈົ້າຍານພາຫະນະເຊື້ອໄຟ​. ດັ່ງນັ້ນ, ຈຶ່ງມີຄວາມຈໍາເປັນຢ່າງຍິ່ງທີ່ຈະຕ້ອງຄໍານຶງເຖິງຂໍ້ຄວນພິຈາລະນາທາງດ້ານການເງິນເພີ່ມເຕີມເຫຼົ່ານີ້ກ່ອນທີ່ຈະຕັດສິນໃຈຊື້ລົດ EV.

ຍີ່ຫໍ້ ແລະ ລຸ້ນ

ໃນປັດຈຸ​ບັນ, ຕະຫຼາດ EV ມີ​ຕົວ​ເລືອກ​ທີ່​ຈຳກັດ ຈຶ່ງຊ່ວຍໃຫ້ທ່ານສາມາດ​ຕັດສິນ​ໃຈເລືອກລົດໄດ້​ງ່າຍຂຶ້ນ ເຊິ່ງມີລະດັບລາຄາທີ່ຫຼາກຫຼາຍ. ອີງຕາມງົບປະມານ ແລະ ຄວາມຕ້ອງການສະເພາະຂອງທ່ານ, ທ່ານສາມາດເລືອກຍີ່ຫໍ້ ແລະ ລຸ້ນທີ່ສອດຄ່ອງກັບຄວາມມັກຂອງທ່ານໄດ້. ຜູ້ຜະລິດຍານພາຫະນະອື່ນໆ ກໍກໍາລັງວາງແຜນທີ່ຈະເປີດໂຕລົດ EV ໃນ ສປປ ລາວ ໃນໄວໆນີ້.

ການສະໜັບສະໜູນ ແລະ ການບໍລິການຫຼັງການຂາຍ

ການສະໜັບສະໜູນ ແລະ ການບໍລິການຫຼັງການຂາຍຄວນເປັນໜຶ່ງໃນບູລິມະສິດທີ່ຄວນເອົາໃຈໃສ່ ເພາະປະສົບການໃນການນໍາໃຊ້ລົດ EV ຈະແຕກຕ່າງກັນໄປ ຂຶ້ນຢູ່ກັບການສະໜັບສະໜູນ ແລະ ການບໍລິການຫຼັງການຂາຍທີ່ໄດ້ຮັບຈາກຜູ້ຜະລິດ. ໃນປັດຈຸບັນນີ້, ຜູ້ຜະລິດລົດ EV ຈໍານວນຫຼາຍສະເໜີຮັບປະກັນຊຸດໝໍ້ໄຟໃນໄລຍະຍາວຂຶ້ນ ແລະ ສະໜອງການຕິດຕັ້ງເຄື່ອງສາກຢູ່ບ່ອນທີ່ທ່ານຕ້ອງການ ເຊິ່ງສູນບໍລິການຂອງຜູ້ຜະລິດເຫຼົ່ານີ້ມີຜູ້ຊ່ຽວຊານທີ່ໄດ້ຮັບການຝຶກອົບຮົມມາເພື່ອໃຫ້ການບໍລິການລົດ EV ໂດຍສະເພາະ. ດັ່ງນັ້ນ, ພວກເຮົາແນະນຳໃຫ້ທ່ານເລືອກຍີ່ຫໍ້ທີ່ໃຫ້ຄວາມສໍາຄັນກັບການບໍລິການຫຼັງການຂາຍເພື່ອຮັບປະກັນວ່າຈະໄດ້ຮັບປະສົບການການນໍາໃຊ້ລົດທີ່ໜ້າເພິ່ງພໍໃຈ.

ຂໍ້ມູນຈໍາເພາະ

ສະເປັກລົດ – ກ່ອນທີ່ຈະຊື້ລົດ EV, ສິ່ງສໍາຄັນຄືຕ້ອງເຂົ້າໃຈເຕັກໂນໂລຢີ ແລະ ລະບົບຂັບເຄື່ອນແບບໄຟຟ້ານີ້ເສຍກ່ອນ. ເລີ່ມຕົ້ນດ້ວຍການທົບທວນຄູ່ມືການຊື້ລົດໄຟຟ້າເພື່ອໃຫ້ເຂົ້າໃຈຂໍ້ມູນພື້ນຖານ ແລະ ຂໍ້ມູນລຸ່ມນີ້ແມ່ນສະເປັກຂອງລົດ EV ທີ່ສໍາຄັນຕໍ່ການພິຈາລະນາ:

ປະເພດ ແລະ ຄວາມຈຸຂອງໝໍ້ໄຟ: ລົດ EV ສະໄໝໃໝ່ໃຊ້ໝໍ້ໄຟລີທຽມ ໄອອອນ (Lithium-Ion) ທີ່ມີນ້ຳໜັກເບົາ ແລະ ມີປະສິດທິພາບໃນການສາກ ແລະ ປ່ອຍໄຟ. ສິ່ງສຳຄັນທີ່ຕ້ອງຄໍານຶງເຖິງແມ່ນຄວາມຈຸຂອງໝໍ້ໄຟ, ເນື່ອງຈາກຈະສົ່ງຜົນໂດຍກົງຕໍ່ໄລຍະການຂັບຂີ່. ຄວາມຈຸຂອງໝໍ້ໄຟທີ່ສູງຂຶ້ນຈະເຮັດໃຫ້ມີໄລຍະທາງການຂັບຂີ່ທີ່ຍາວຂຶ້ນ.

ແຮງເລັ່ງ: ໂດຍທົ່ວໄປແລ້ວລົດ EV ຈະມີແຮງເລັ່ງທີ່ເທົ່າກັບ ຫຼື ຫຼາຍກວ່າຍານພາຫະນະເຊື້ອໄຟ. ແຮງເລັ່ງທີ່ໄວນີ້ເປັນຜົນມາຈາກແຮງບິດທີ່ເກີດຂຶ້ນທັນທີຈາກມໍເຕີໄຟຟ້າ. ຄວາມໄວຂອງການເລັ່ງຖືກກໍານົດໂດຍປະລິມານຂອງມໍເຕີໄຟຟ້າ ແລະ ກຳລັງໄຟຟ້າທີ່ມໍເຕີໄຟຟ້າສ້າງຂຶ້ນ. 

ພະລັງງານ: ກໍາລັງຂອງລົດໄຟຟ້າສະແດງເຖິງພະລັງງານກົນຈັກທີ່ຜະລິດໄດ້ຈາກໄຟຟ້າ ໂດຍວັດແທກເປັນແຮງມ້າ (hp). ໃນທາງກົງກັນຂ້າມ, ແຮງບິດສົ່ງຜົນຕໍ່ການເລັ່ງຄວາມໄວຂອງລົດ EV ແລະ ຂຶ້ນຢູ່ກັບຄວາມແຮງຂອງມໍເຕີໄຟຟ້າ. ແຮງບິດ ແລະ ກຳລັງທີ່ໄດ້ຮັບການປັບປຸງຈະຊ່ວຍເສີມປະສົບການ ການຂັບຂີ່ໂດຍລວມ, ເຮັດໃຫ້ມີຄວາມເພີດເພີນໃນການຂັບຂີ່ຫຼາຍຂຶ້ນ.

ປະກັນໝໍ້ໄຟ: ຊຸດໝໍ້ໄຟເປັນສ່ວນປະກອບທີ່ສໍາຄັນ ແລະ ມີລາຄາແພງທີ່ສຸດໃນລົດ EV. ໂດຍທົ່ວໄປແລ້ວ, ຜູ້ຜະລິດຈະຮັບປະກັນຊຸດໝໍ້ໄຟ ໂດຍອີງໃສ່ໄລຍະທາງໃນການຂັບຂີ່ລົດ ຫຼື ຕາມໄລຍະເວລາທີ່ກຳນົດ. ດັ່ງນັ້ນ, ຜູ້ຊື້ລົດໄຟຟ້າ ຈະຕ້ອງກວດເບິ່ງໄລຍະເວລາ ແລະ ເງື່ອນໄຂການຮັບປະກັນຊຸດໝໍ້ໄຟກ່ອນຕັດສິນໃຈຊື້ລົດ.

ການນໍາໃຊ້ພະລັງງານ: ໃນການວັດປະສິດທິພາບຂອງລົດ EV ເມື່ອປຽບທຽບກັບຍານພາຫະນະເຊື້ອໄຟ, ການປະເມີນປະລິມານໄຟຟ້າທີ່ໃຊ້ນັ້ນເປັນສິ່ງສຳຄັນ. ການໃຊ້ພະລັງງານມີບົດບາດສໍາຄັນໃນການກໍານົດຄ່າໃຊ້ຈ່າຍໃນການດໍາເນີນງານຂອງລົດ EV. ໂດຍ​ທົ່ວ​ໄປ​ແລ້ວ, ລົດ​ໄຟ​ຟ້າຈະ​ມີ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ແລ່ນລົດທີ່​ຕ່ຳກວ່າ​ຢ່າງເຫັນໄດ້ຊັດເຈນ​ເມື່ອທຽບ​ກັບຍານພາຫະນະເຊື້ອໄຟ.