ປະໂຫຍດຂອງ ລົດໄຟຟ້າ EV

ປະໂຫຍດຂອງ ລົດໄຟຟ້າ EV

ແຕ່ລະປີ, ຍານພາຫະນະມີສ່ວນເຮັດໃຫ້ເກີດອາຍກາສເຮືອນແກ້ວປະມານ 1.5 ຕື້ໂຕນ, ເຊິ່ງກໍ່ໃຫ້ເກີດມົນລະພິດຕໍ່ສິ່ງແວດລ້ອມຢ່າງຫຼວງຫຼາຍ ແລະ ສ້າງຄວາມເສຍຫາຍແກ່ຊັ້ນໂອໂຊນ. ລົດໄຟຟ້າເປັນເຕັກໂນໂລຢີໜຶ່ງທີ່ສຳຄັນເພື່ອຊ່ວຍຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວຈາກການຂົນສົ່ງ ເຊິ່ງຄິດເປັນສັດສ່ວນປະມານ 1 ໃນ 6 ຂອງມົນລະພິດໃນທົ່ວໂລກ. EV ຖືວ່າເປັນຜູ້ນໍາໃນການກ້າວໄປສູ່ອະນາຄົນທີ່ຍືນຍົງ ແລະ ເປັນມິດຕໍ່ສິ່ງແວດລ້ອມ. ປັດໃຈທີ່ຊຸກຍູ້ການຫັນໄປສູ່ການນໍາໃຊ້ລົດ EV ແມ່ນຄວາມຄຸ້ມທຶນໃນການນຳໃຊ້ລົດ EV ທຽບກັບຍານພາຫະນະເຊື້ອໄຟ. ການນໍາໃຊ້ EV ຍັງເປັນທາງເລືອກທີ່ໜ້າສົນໃຈໃນຂະແໜງການຂົນສົ່ງ ເນື່ອງຈາກຍານພາຫະນະເຊື້ອໄຟສົ່ງຜົນເສຍ ເຮັດໃຫ້ເກີດມົນລະພິດສູງ ໃນຂະນະທີ່ລົດໄຟຟ້າປ່ອຍມົນລະພິດເປັນສູນ. ການ​ປະ​ຕິ​ວັດ​ລົດ​ໄຟ​ຟ້າກຳລັງ​ກາຍເປັນຈິງ ແລະ ​ໂອ​ກາດ​ທີ່​ຈະໄດ້​ເປັນ​ສ່ວນ​ໜຶ່ງ​ຂອງ​ການ​ເຄື່ອນ​ໄຫວເພື່ອການ​ປ່ຽນ​ນີ້​ກຳລັງ​ລໍ​ຖ້າທ່ານຢູ່.

ດັ່ງນັ້ນ, ຍານພາຫະນະຕໍ່ໄປຂອງທ່ານຈະເປັນລົດໄຟຟ້າ ຫຼື ບໍ່? ອ່ານຕໍ່ເພື່ອສຶກສາຜົນປະໂຫຍດເພີ່ມເຕີມຂອງລົດໄຟຟ້າ.

ຄວາມດຶງດູດທາງດ້ານເຕັກໂນໂລຢີ

ລົດໄຟຟ້າໄດ້ນໍາເອົາການປະສົມປະສານທີ່ໜ້າສົນໃຈລະຫວ່າງຕົວເລືອກທາງດ້ານເຕັກໂນໂລຢີ ແລະ ຄວາມເປັນມິດຕໍ່ສິ່ງແວດລ້ອມ ເຊິ່ງຕະຫຼາດ EV ຊ່ວຍໃຫ້ຜູ້ບໍລິໂພກມີທາງເລືອກທີ່ຫຼາກຫຼາຍ, ສາມາດຕອບສະໜອງຄວາມຕ້ອງການ ແລະ ຄວາມມັກທີ່ແຕກຕ່າງກັນໄດ້. ລົດໄຟຟ້າ EV ມີນະວັດຕະກໍາຂັ້ນສູງ, ເຊິ່ງໄດ້ຮັບການພັດທະນາຈາກລົດໄຟຟ້າໄປຈົນເຖິງລົດໄຟຟ້າໄຮບີດ ແລະ ນອກ​ເໜືອ​ຈາກ​ຈຸດເດັ່ນທາງ​ດ້ານ​ເຕັກ​ໂນ​ໂລ​ຊີທີ່ໃຊ້ພະລັງງານໄຟຟ້າແລ້ວ, ລົດໄຟຟ້າຍັງຊ່ວຍຫຼຸດຜ່ອນ​ມົນ​ລະ​ພິດ​ທາງ​ອາກາດ ​ແລະ ການ​ປ່ອຍ​ທາດອາຍ​ເຮືອນ​ແກ້ວ​ໄດ້ຢ່າງ​ຫຼວງ​ຫຼາຍ, ຊ່ວຍ​ໃຫ້​ອາກາດ​ສະອາດ​ຂຶ້ນ ​ແລະ ສ້າງສະພາບແວດລ້ອມທີ່ດີຕໍ່​ສຸຂະພາບ. ຂໍ້ໄດ້ປຽບສອງດ້ານຂອງເຕັກໂນໂລຢີ ແລະ ຄວາມຮັບຜິດຊອບຕໍ່ລະບົບນິເວດເຮັດໃຫ້ລົດໄຟຟ້າເປັນທາງເລືອກທີ່ໜ້າສົນໃຈແກ່ຜູ້ບໍລິໂພກທີ່ມີວິໄສທັດຕໍ່ອານາຄົດ.

ເປັນມິດຕໍ່ສິ່ງແວ້ດລ້ອມ

ການນໍາໃຊ້ລົດໄຟຟ້າເປັນຮູບແບບການເດີນທາງບໍ່ຕ້ອງຮູ້ສຶກຜິດຕໍ່ສິ່ງແວ້ດລ້ອມ ເພາະລົດໄຟຟ້າບໍ່ມີການປ່ອຍອາຍພິດຈາກທໍ່ອາຍເສຍ ແລະ ຊ່ວຍຫຼຸດປະລິມານການປ່ອຍກາສກາກບອນ. ລົດໄຟຟ້າເປັນບາດກ້າວສຳຄັນໃນການສ້າງໂລກສີຂຽວ ແລະ ໜ້າຢູ່. ການເລືອກນໍາໃຊ້ລົດໄຟຟ້າໝາຍເຖິງຄວາມມຸ່ງໝັ້ນໃນການສ້າງໂລກທີ່ເຂັ້ມແຂງ ໂດຍເລີ່ມຈາກການມີສ່ວນຮ່ວມໃນລະດັບບຸກຄົນ. 

ລົດໄຟຟ້າເປັນສັນຍາລັກຂອງຄວາມພາກພູມໃຈ ແລະ ຄວາມຮັບຜິດຊອບ, ເຊິ່ງສະແດງເຖິງການມີສ່ວນຮ່ວມຂອງບຸກຄົນໃນການປ່ຽນແປງໂລກໃນທາງບວກ. ການເລືອກລົດ EV ຍັງເປັນເຄື່ອງໝາຍແຫ່ງກຽດສັກສີສໍາລັບຜູ້ທີ່ຕ້ອງການສ້າງຜົນກະທົບທີ່ມີຄວາມໝາຍຕໍ່ໂລກອ້ອມຂ້າງຂອງພວກເຮົາ.

ຄ່າໃຊ້ຈ່າຍໃນການບຳລຸງຮັກສາຕໍ່າ

ການເປັນເຈົ້າຂອງລົດໄຟຟ້າມາພ້ອມກັບຂໍ້ດີເພີ່ມເຕີມຂອງຄ່າໃຊ້ຈ່າຍໃນການບໍາລຸງຮັກສາທີ່ຕໍ່າ, ເນື່ອງຈາກບໍ່ມີສິ້ນສ່ວນເຄື່ອງຈັກທີ່ເຄື່ອນໄຫວຈຳນວນຫຼາຍເມື່ອທຽບກັບຍານພາຫະນະເຊື້ອໄຟ. ດ້ວຍຂໍ້ກຳນົດໃນການໃຫ້ບໍລິການທີ່ຫຼຸດລົງ ແລະ ສ່ວນປະກອບທີ່ຕ້ອງບຳລຸງຮັກສາໜ້ອຍລົງ, ຄ່າໃຊ້ຈ່າຍໃນການໃຊ້ລົດໄຟຟ້າຕໍ່ປີຈຶ່ງປະຢັດກວ່າຍານພາຫະນະເຊື້ອໄຟທົ່ວໄປ. ເມື່ອບໍ່ມີຊິ້ນສ່ວນເຄື່ອງຈັກທີ່ເຄື່ອນໄຫວຈຳນວນຫຼາຍ ແລະ ບໍ່ຈຳເປັນຕ້ອງປ່ຽນນ້ຳມັນເຄື່ອງ, ເຈົ້າຂອງລົດ EV ຈຶ່ງມີຄ່າໃຊ້ຈ່າຍໃນການບຳລຸງຮັກສາໜ້ອຍລົງ, ເຊິ່ງຊ່ວຍປະຢັດຕົ້ນທຶນໃນໄລຍະຍາວ. ນອກຈາກນັ້ນ, ການທີ່ບໍ່ມີລະບົບອາຍເສຍຍັງຊ່ວຍເພີ່ມຂໍ້ໄດ້ປຽບໃນການຫຼຸດຕົ້ນທຶນການບໍາລຸງຮັກສາລົດໄຟຟ້າອີກດ້ວຍ.

ຄ່າໃຊ້ຈ່າຍໃນການເດີນທາງຕໍ່າ

ເມື່ອເວົ້າເຖິງຕົ້ນທຶນໃນການເດີນທາງ, ລົດໄຟຟ້າມີຂໍ້ໄດ້ປຽບ ເນື່ອງຈາກຈະຊ່ວຍປະຢັດຄ່ານໍ້າມັນ. ການສາກໄຟລົດກໍຍັງມີລາຄາທີ່ຖືກກວ່າການຕື່ມນ້ຳມັນດ້ວຍນ້ຳມັນແອດຊັງ ຫຼື ກາຊວນ, ດັ່ງນັ້ນ, ລົດໄຟຟ້າຈຶ່ງເປັນທາງເລືອກທີ່ຄຸ້ມຄ່າ. ຄ່າໄຟຟ້າສາມາດຖືກລົງໄດ້ອີກ ໂດຍການນໍາໃຊ້ແຫຼ່ງພະລັງງານທົດແທນ. ປະສິດທິພາບຂອງລົດໄຟຟ້າ ແລະ ລາຄາໄຟທີ່ຕໍ່າຮັບປະກັນວ່າການໃຊ້ລົດໄຟຟ້ານັ້ນຈະປະຢັດກວ່າການນໍາໃຊ້ຍານພາຫະນະເຊື້ອໄຟ. ບໍ່ພຽງເທົ່ານັ້ນ, ການນໍາໃຊ້ລົດໄຟຟ້າຍັງມີສ່ວນຊ່ວຍສ້າງອະນາຄົດທີ່ເປັນມິດຕໍ່ສິ່ງແວດ້ອມ ແລະ ຍືນຍົງຂຶ້ນອີກດ້ວຍ.

ປະສິດທິພາບທີ່ດີຂຶ້ນ

ລົດໄຟຟ້າມີປະສິດທິພາບທີ່ເໜືອກວ່າດ້ວຍ ແຮງບິດທັນທີ (instant torque) ແລະ ການເລັ່ງຄວາມໄວທີ່ຄ່ອງຕົວ. ມໍເຕີໄຟຟ້າເຮັດໃຫ້ການສົ່ງກຳລັງລື່ນໄຫຼ, ອັດຕາເລັ່ງທີ່ໄວ ແລະ ຕອບສະໜອງໄດ້ດີ,  ແລະ ເຮັດໃຫ້ລົດ EV ເປັນທີ່ໜ້າຂັບຂີ່. ການຈັດວາງໝໍ້ໄຟເຮັດໃຫ້ມີຈຸດຖ່ວງນໍ້າໜັກທີ່ຕໍ່າລົງ ເຊິ່ງຊ່ວຍເພີ່ມຄວາມສະຖຽນ ແລະ ການຄວບຄຸມລົດໄດ້ດີຂຶ້ນ ເປັນການສະໜອງປະສົບການຂັບຂີ່ທີ່ໜ້າຕື່ນເຕັ້ນ.

ການປ່ອຍອາຍພິດຈາກທໍ່ອາຍເສຍເປັນສູນ

ການນໍາໃຊ້ລົດໄຟຟ້າ, ບໍ່ພຽງແຕ່ເປັນມິດຕໍ່ສິ່ງແວດລ້ອມ ເພາະການປ່ອຍອາຍພິດຈາກທໍ່ອາຍເສຍເປັນສູນ, ແຕ່ຍັງຊ່ວຍຫຼຸດຜ່ອນການປ່ອຍກາສກາກບອນອີກດ້ວຍ. ນອກຈາກນີ້, ລົດໄຟຟ້າຍັງບໍ່ມີການປ່ອຍມົນລະພິດທີ່ເປັນອັນຕະລາຍ ຫຼື ຄວັນ ທີ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ. ຍິ່ງໄປກວ່ານັ້ນ, ການເລືອກໃຊ້ແຫຼ່ງພະລັງງານທົດແທນໃນການສາກລົດຈະສາມາດປະກອບສ່ວນຮັກສາສິ່ງແວດລ້ອມໄດ້ຕື່ມອີກ ພ້ອມທັງສ້າງໃຫ້ການຂົນສົ່ງມີຄວາມຍືນຍົງ ແລະ ມີຄວາມຮັບຜິດຊອບຫຼາຍຂຶ້ນ.

ການຫຼຸດຜ່ອນມົນລະພິດທາງສຽງ

ຂໍ້ດີຢ່າງໜຶ່ງທີ່ໜ້າສົນໃຈຂອງລົດໄຟຟ້າແມ່ນຄວາມງຽບຂອງລົດ ເນື່ອງຈາກວ່າບໍ່ມີເຄື່ອງຈັກຢູ່ພາຍໃຕ້ຝາອັດຫົວລົດ, ດັ່ງນັ້ນລົດໄຟຟ້າຈຶ່ງເຮັດວຽກດ້ວຍສຽງລົບກວນທີ່ໜ້ອຍທີ່ສຸດ ພ້ອມກັບໃຫ້ການຂັບຂີ່ທີ່ນຸ້ມນວນ ແລະ ງຽບຈົນເຮົາບໍ່ອາດຮູ້ໄດ້ວ່າລົດກຳລັງເປີດ ຫຼື ປິດເຄື່ອງຈັກຢູ່. ຜູ້ຜະລິດຍັງໄດ້ເພີ່ມສຽງຈໍາລອງໃຫ້ຜູ້ຂັບເລືອກເພື່ອຮັບປະກັນຄວາມປອດໄພຂອງຄົນຍ່າງຕາມທາງທີ່ອາດຈະບໍ່ໄດ້ຍິນສຽງລົດໄຟຟ້າທີ່ກຳລັງເຂົ້າມາໃກ້.

ຄວາມສະດວກໃນການສາກໄຟຢູ່ເຮືອນ

ການນໍາໃຊ້ລົດໄຟຟ້າມີຄວາມສະດວກຫຼາຍຢ່າງບໍ່ວ່າຈະເປັນຂໍ້ດີຂອງການສາກໄຟຢູ່ເຮືອນ ເຊິ່ງເຮົາບໍ່ຈຳເປັນໄປຕ້ອງຖ້າຄິວໃສ່ນໍ້າມັນໃນຊົ່ວໂມງເລັ່ງດ່ວນ, ສິ່ງທີ່ເຮົາຕ້ອງເຮັດມີພຽງແຕ່ສຽບສາຍສາກຢູ່ເຮືອນປະມານ 4-5 ຊົ່ວໂມງກ່ອນອອກເດີນທາງ. ເຖິງແມ່ນວ່າໃນກໍລະນີທີ່ລືມສາກ, ຈະມີເຄື່ອງສາກແບບໄວ ແລະ ການບໍລິການແລກປ່ຽນໝໍ້ໄຟ ກຽມພ້ອມໃຫ້ບໍລິການຕາມເສັ້ນທາງທີ່ທ່ານເດີນທາງ ເຊິ່ງເປັນແຜນສໍາຮອງທີ່ສະດວກ ເພື່ອການຂັບເຄື່ອນດ້ວຍພະລັງງານໄຟຟ້າຢ່າງຕໍ່ເນື່ອງ.